ຂ້າມໄປຫາເນື້ອຫາ

ພະລັງງານຊີວະພາບ

ພະລັງງານຊີວະພາບ

ພະລັງງານຊີວະພາບເປັນເຊື້ອເພີງທົດແທນ, ເຊິ່ງມີພະລັງງານທີ່ເກັບໄວ້ຈາກແສງຕາເວັນ, ແມ່ນກາກບອນທີ່ເປັນກາງແລະມີຕົ້ນກຳເນີດມາຈາກສິ່ງເສດເຫລືອເຊັ່ນພືດແລະສັດ. ພະລັງງານທີ່ບັນຈຸຢູ່ໃນຊີວະພາບສາມາດນຳໄປໃຊ້ປະໂຫຍດໄດ້ໂດຍການເຜົາໂດຍຕົງ, ການເຜົາແບບຮ່ວມ, ຂະບວນການປ່ຽນແປງອົງປະກອບທາງເຄມີ(ໄພໂຣໄລຊີ), ການແປສະພາບເປັນແກ໊ສ ແລະການຍ່ອຍແບບບໍ່ໃຊ້ອອກຊີເຈນ.

ໄອແອລເອັຟມີສ່ວນຮ່ວມໃນໂຄງການພະລັງງານຊີວະພາບໂດຍສຸມໃສ່ການເຜົາໂດຍຕົງ ແລະການເຜົາເພື່ອພະລິດກະແສໄຟຟ້າ ແລະຄວາມຮ້ອນສຳລັບແຜນການເຮັດຄວາມຮ້ອນຂອງເມືອງ. ດ້ວຍການໃຊ້ປະໂຫຍດຈາກປະສົບການທີ່ໄດ້ຮັບຈາກການໃຊ້ພະລັງງານຊີວະພາບແລະການຈັດການສິ່ງເສດເຫຼືອໃນເທດສະບານ(MSW), ໄອແອລເອັຟໄດ້ຫັນມາໃຫ້ຄວາມສົນໃຈກັບເທັກໂນໂລຍີ້ທີ່ກ້າວໜ້າແລະມີປະສິດທິພາບຫຼາຍຂຶ້ນ, ຊຶ່ງຊ່ວຍໃຫ້ສາມາດສະກັດເຊື້ອເພີງຊີວະພາບໄດ້ແລະນຳສະເໜີການໃຊ້ງານທີ່ຫລາກຫຼາຍ.

ໃນທົດສະວັດທີ່ຜ່ານມາໄອແອລເອັຟໄດ້ລວບລວມຄວາມຮູ້ແລະການອ້າງອີງຢ່າງຫຼວງຫຼາຍເພື່ອນຳສະເໜີ, ການບໍລິການແບບຄົບວົງຈອນວິຊາການສຳລັບການພັດທະນາໂຄງການທັງໝົດ, ການດຳເນີນໂຄງການແລະຂັ້ນຕອນການຈັດການໂຄງການ. ໄອແອລເອັຟໃຫ້ບໍລິການດ້ານວິສະວະກຳແລະການໃຫ້ຄຳປຶກສາແກ່ຜູ້ໃຫ້ບໍລິການທາງລັດແລະເອກະຊົນ, ຜູ້ພັດທະນາໂຄງການເອກຊົນແລະບໍລິສັດກໍ່ສ້າງທີ່ມີຊື່ສຽງ.

ຂົງເຂດຄວາມຊຳນານງານ:

  • ໂຮງງານ CHP ກັບພະລັງງານໄຟຟ້າຖ່ານຫີນຊີວະພາບ
  • ໂຮງງານໄຟຟ້າເຊື້ອເພີງຊີວະພາບ
  • ການຜະລິດໄຟຟ້າທີ່ໃຊ້ -SNG

Start Your Next Engineering Project with Us

Partner with our experts to deliver complex infrastructure, energy, and environmental projects with precision and long-term impact.

Start Your Next Career Steps with Us

Join our team and help shape sustainable solutions for the infrastructure and energy challenges of tomorrow.

ພະລັງງານຊີວະພາບ - ILF Consulting Engineers